ຄຳເຫັນຂອງທ່ານປະທານ

 

             ໃນທ່າມກາງບັນຍາກາດແຫ່ງຄວາມເອກກອ້າງທະນົງໃຈ ຕໍ່ພັກ ແລະ ລັດຖະບານທີ່ໄດ້ຮັບຜົນສໍາເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະກໍແມ່ນການພັດທະນາເສດຖະກິດໃຫ້ຈະເລີນກ້າວໜ້າ ແລະ ສັງຄົມມີຄວາມສະຫງົບສິວິໄລ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວອຸດົມສົມບູນ ແລະ ຢູ່ດີກິນດີຂຶ້ນເທື່ອລະກ້າວ.

            ໃນຍຸກດິຈິຕໍ້ 5.0 (Digital Transformation 5.0) ເປັນຍຸກແຫ່ງການປ່ຽນແປງໄປສູ່ຄວາມທັນສະໄໝແບບກ້າວກະໂດດ. ມີຫຼາຍໆປະເທດທົ່ວໂລກໄດ້ຫັນເອົາວິທະຍາສາດ, ນະວັດຕະກໍາ ແລະ ເທັກໂນໂລຊີເຂົ້າໃນການຜະລິດສິນຄ້າ ແລະ ການບໍລິການຢ່າງເປັນຂະບວນຟົດຟື້ນເພື່ອພັດທະນາເສດຖະກິດແບບຍືນຍົງ ແລະ ພັດທະນາທຸລະກິດແບບທັນສະໄໝ. ມີຫຼາຍໆບໍລິສັດທີ່ຜູ້ລິຫານຍັງມີຄວາມຄິດແບບຢືດຕິກັບຜົນສໍາເລັດແບບເກົ່າງໆເດີມໆ, ກໍໄດ້ລົ້ມລະລາຍຫາຍສາບສູນໄປ, ກົງກັນຂ້າມ ຜູ້ປະກອບການຍຸກໃໝ່ ໂດຍສະເພາະແມ່ນກຸ່ມ ສະຕາດອັບ (Startup) ທີ່ນໍາໃຊ້ຫົວຄິດປະດິດສ້າງ, ຄວາມຄິດສ້າງສັນ, ນະວັດຕະກໍາ ແລະ ເທັກໂນໂລຊີເຂົ້າໃນສ້າງທຸລະກິດແບບໃໝ່, ເຮັດໃຫ້ບໍລິສັດເຫຼົ່ານີ້ແຈ້ງເກີດ ແລະ ເຕີບໃຫຍ່ຂະຫຍາຍຕົວໄດ້ຮັບຜົນສໍາເລັດເພີ່ມພູນຄູນສ້າງເປັນທະວີຄູນ.

           ເມື່ອເອີ່ຍເຖິງປະເທດຂອງພວກເຮົາ, ວິສະຫະກິດຂະໜາດນ້ອຍ ແລະ ກາງ (SME) ໃນ ສ.ປ.ປ ລາວ ກວມເອົາ 99.8% 124,567 ຫົວໜ່ວຍ. ເຊິ່ງໃນນີ້ ແມ່ນຈຸລະວິສະຫະກິດ ທີ່ມີແຮງງານ 1-5 ຄົນ ກວມເອົາ 86% = 107,270 ຫົວໜ່ວຍ. ບັນດາກຸ່ມ SME ເຫຼົ່ານີ້, ຈະເປັນແຮງຂັບເຄື່ອນທີ່ຊົງພະລັງໃນຂະບວນການສ້າງສາ ແລະ ພັດທະນາເສດຖະກິດຂອງຊາດໃຫ້ມັ່ງຄັ່ງຮັ່ງມີ ແລະ ຈະເລີນກ້າວໜ້າຂຶ້ນໄປເທື່ອລະກ້າວ.

            ສິ່ງເຫຼົ່ານີ້ໄດ້ເປັນແຮງບັນດານໃຈອັງສູງສົ່ງຈຸດປະກາຍຄວາມປາຖະໜາອັນແຮງກ້າຂອງຂ້າພະເຈົ້າໃຫ້ລຸກຂຶ້ນມາເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນ ຮວບຮວມເອົາບັນດານັກທຸລະກິດໜຸ່ມນ້ອຍ ແລະ ຜູ້ປະກອບຫົວທັນສະໄໝໃໝ່ທີ່ມີຄວາມຄິດສ້າງສັນ ມາ ຊ່ວຍກັນສ້າງສາ ກໍ່ຕັ້ງ ສະມາຄົມສົ່ງເສີມຜູ້ປະກອບການຂະໜາດນ້ອຍ ແລະ ກາງຄັ້ງ (LAO SME Association) ເພື່ອຈຸດປະສົງຫຼັກໃນການສະໜັບສະໜູນ, ຊ່ວຍເຫຼືອ ແລະ ເປັນພັນທະມິດກັບວິສະຫະກິດຂະໜາດນ້ອຍ ແລະ ກາງ 99.8% ທີ່ກ່າວມາຂ້າງເທິງໃຫ້ສາມາດດໍາເນີນທຸລະກິດໄດ້ຢ່າງເຕີບໃຫຍ່ ແລະ ຢືນຍົງ, ມີຄວາມຮູ້ໃນການດໍາເນີນທຸະລະກິດຢ່າງຖືກຕ້ອງເວົ້າລວມ, ເວົ້າສະເພາະກໍ່ແມ່ນຊ່ວຍໃຫ້ SME ລາວສາມາດນໍາເອົາສິນຄ້າຂອງຕົນເຂົ້າຫາຊ່ອງຫາການຂາຍທາງອິນເຕີເນັດທີ່ເປັນດິຈິຕໍ້ 5.0 ບໍ່ວ່າຈະເປັນການຄ້າແບບອີເລັກໂທຣນິກ (E-Commerce) ແລະ ການຄ້າທາງສັງຄົມສື່ອອນລາຍ (Website, Facebook, Youtube) ອື່ນໆ.

             ສຸດທ້າຍນີ້ຂ້າພະເຈົ້າຂໍນອບນ້ອມ ແລະ ປະຕິຍານຕົນດ້ວຍມຸ່ງໝັ້ນວ່າ ຄຽງຄູ່ກັບບັນດາສະມາຄົມຕ່າງໆ ພວກເຮົາ ໃນນາມ ສະມາຄົມຜູ້ປະກອບການຂະໜາດນ້ອຍ ແລະ ກາງ ຂໍເປັນສ່ວນໜຶ່ງນ້ອຍໆໃນການສະໜັບສະໜູນນະໂຍບາຍ ແລະ ແຜນການສ້າງສາພັດທະນາເສດຖະກິດຂອງລັດຖະບານໄປຕາມແຕ່ລະຍຸກແຕ່ລະສະໄໝ. ຂໍອວຍພອນໄຊອັນປະເສີດໃຫ້ບັນດາການນໍາ, ຫົວໜ້າກະຊວງທະບວງກົມ, ວິສະຫະກິດລັດ ແລະ ເອກະຊົນໃນຂົງເຂດທົ່ວປະເທດ, ລວມທັງອ້າຍເອື້ອຍນ້ອງປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າຈົ່ງມີແຕ່ຄວາມຜາສຸກໂຊກດີ, ສຸກຊື່ນສົມຫວັງ, ສຸຂະພາບພາລະນາໄມເຂັ້ມແຂງ ແລະ ພ້ອມກາຍພ້ອມໃຈກັນສາມັກຄີເປັນປຶກແຜ່ນເຂົ້າໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາໃຫ້ໄປສູ່ຄວາມຈະເລີນສີວິໄລເປັນກ້າວໆຕາມລໍາດັບ.