ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສະມາຄົມ ສົ່ງເສີມຜູ້ປະກອບກິດຈະການ ວິສະຫະກິດຂະໜາດນ້ອຍ ແລະ ກາງລາວ (LAOSME) ແລະ ທະນາຄານ Maruhan Japan Bank Lao


ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສະມາຄົມ ສົ່ງເສີມຜູ້ປະກອບກິດຈະການ ວິສະຫະກິດຂະໜາດນ້ອຍ ແລະ ກາງລາວ (LAOSME) ແລະ ທະນາຄານ ມາຣຸຮັນ ຍີ່ປຸ່ນ ແຫ່ງ ສ.ປ.ປ ລາວ (Maruhan Japan Bank Lao) ໃນວັນທີ 09/12/2020 (ວັນສຸກ) ໄດ້ຈົບລົງຢ່າງສະຫງ່າງາມ.
ຈຸດປະສົງຫຼັກເພື່ອ 3 ນະໂຍບາຍດັ່ງລຸ່ມນີ້:

1.) ເພື່ອເປັນຄູ່ຮ່ວມຍຸດທະສາດໃນການພັດທະນາວິສະຫະກິດຂະໜາດນ້ອຍ ແລະ ກາງຢູ່ ສ.ປ.ປ ລາວໃຫ້ ສາມາດເຮັດທຸລະກິດໄດ້ຢ່າງເຕີບໃຫຍ່ ແລະ ຢັ້ງຢືນ.

2.) ທະນາຄານ ມາຣຸຮັນ ຍີ່ປຸ່ນ ແຫ່ງ ສ.ປ.ປ ລາວ (Maruhan Japan Bank Lao) ຍິນດີທີ່ຈະສົ່ງເສີມໃຫ້ຜູ້ປະກອບການທີ່ເປັນສະມາຊິກໃນສະມາຄົມ ສົ່ງເສີມຜູ້ປະກອບກິດຈະການ ວິສະຫະກິດຂະໜາດນ້ອຍ ແລະ ກາງລາວ (LAOSME)ເຂົ້າຫາແຫຼ່ງທຶນໄດ້ສະດວກສະບາຍຂຶ້ນ.

3.) ທະນາຄານ ມາຣຸຮັນ ຍີ່ປຸ່ນ ແຫ່ງ ສ.ປ.ປ ລາວ (Maruhan Japan Bank Lao) ຈະເປັນຜູ້ສະໜັບສະໜູນຫຼັກ (Main Sponsor VVIP) ໃຫ້ແກ່ ສະມາຄົມ ສົ່ງເສີມຜູ້ປະກອບກິດຈະການ ວິສະຫະກິດຂະໜາດນ້ອຍ ແລະ ກາງລາວ (LAOSME) ໃນປີ 2021.

ພິທີເຊັນສັນຍາ

Comments are disabled.