SME Connect for Growth by LAOSME and LAO LAND ROVER


ງານສ້າງສາຍສໍາພັນເຊື່ອມໂຍງທາງທຸລະກິດລະຫວ່າງບັນດາຜູ້ປະກອບການ ແລະ ບັນດາສະມາຊິກ ຂອງສະມາຄົມ ສົ່ງເສີມຜູ້ປະກອບກິດຈະການ ວິສະຫະກິດ ຂະໜາດນ້ອຍ ແລະ ກາງລາວ (LAOSME) ສະໜັບສະໜູນຫຼັກໂດຍບໍລິສັດ LAO LAND ROVER ໄດ້ຈັດຂຶ້ນໃນວັນທີ 11/12/2020 (ວັນສຸກ) ເວລາ 18:00 ຫາ 21:00 ຢູ່ຕຶກ N8.

ພິທີໄດ້ດໍາເນີນໄປຢ່າງເປັນຂະບວນຟົດຟື້ນມ່ວນຊື່ນ ແລະ ມີບັນຍາກາດເປັນກັນເອງ. ພໍຮອດ 18:00 ບັນດາຜູ້ປະກອບການຕ່າງໆກໍໄດ້ໃຫ້ກຽດຂຶ້ນທົດລອງຂັບຂີ່ລົດ Land Rover ເພື່ອສ້າງສີສັນໃນງານ.

ຫຼັງຈາກນັ້ນປະມານ 7:00 ໂມງແລງ ພິທີກໍໄດ້ໄຂຂຶ້ນຢ່າງເປັນທາງການ, ທ່ານປະທານ ສະມາຄົມ ສົ່ງເສີມຜູ້ປະກອບກິດຈະການ ວິສະຫະກິດ ຂະໜາດນ້ອຍ ແລະ ກາງລາວ (LAOSME) ທ່ານ ລິດທິໄກ ພູມມະສັກ ໄດ້ຂຶ້ນກ່າວກ່ຽວກັບ ວິໄສທັດ, ພາລະກິດ, ຄ່ານິຍົມ ແລະ ແຜນດໍາເນີນງານ 3 ປີ (Roadmap) ຂອງສະມາຄົມໃຫ້ກັບບັນດາຜູ້ປະກອບການ ແລະ ສະມາຊິກໄດ້ເຂົ້າໃຈຢ່າງເລິກເຊິ່ງ.

ພ້ອມດຽວກັນນັ້ນ ທ່ານຮອງປະທານ ສະມາຄົມ ສົ່ງເສີມຜູ້ປະກອບກິດຈະການ ວິສະຫະກິດ ຂະໜາດນ້ອຍ ແລະ ກາງລາວ (LAOSME) ທ່ານ ວິໄລສັກ ສຸລິຈັນ ກໍໄດ້ຂຶ້ນກ່າວກ່ຽວກັບການຂະຫຍາຍສະມາຊິກ ແລະ ສິດທິຜົນປະໂຫຍດຂອງສະມາຊິກ ຜຸ້ທີ່ເຂົ້າຮ່ວມມາເປັນສະມາຊິກສົມບູນໃນສະມາຄົມ.

ຫຼັງຈາກນັ້ນ, ຜູ້ຈັດການທົ່ວໄປຂອງ ບໍລິສັດ LAO LAND ROVER ທ່ານ ບີຈູ ນາຣາຢານານ ກໍ່ໄດ້ຂຶ້ນກ່າວກ່ຽວກັບຂໍ້ມູນຂອງບໍລິສັດ, ຜະລິດຕະພັນລົດ, ການດໍາເນີນງານ ແລະ ວິໄສທັດຕ່າງໆໃຫ້ແກ່ບັນດາຜູ້ປະກອບການ ແລະ ບັນດາສະມາຊິກສະມາຄົມ. ຈາກນັ້ນກໍ່ໄດ້ມີການຫຼິ້ນເກມຕອບຄໍາຖາມ ເພື່ອຊິງລາງວັນແຈກຂອງຂັວນຈາກ LAO LAND ROVER.

ມາຮອດວາລະສຸດທ້າຍຜູ້ທີ່ເຂົ້າຮ່ວມທຸກໆຄົນກໍໄດ້ຫຼິ້ນເກມການສື່ສານເພື່ອສ້າງສະໜິດສະໜົມ, ສ້າງຄວາມຮັກຄວາມສໍາພັນໃຫ້ລຶ້ງເຄີຍຜູກພັນກັນຫຼາຍຂຶ້ນ ໂດຍການຫຼິ້ນເກມສື່ສານ (Communication Game) ເປັນໂອ້ລົມສົນທະນາລະຫວ່າງສອງຕໍ່ສອງ ປ່ຽນກັນຖາມຄໍາຖາມຜູ້ລະ 3 ຄໍາຖາມ ແລະ ຕອບຜູ້ລະ 3 ຄໍາຖາມ, ຫຼັງຈາກໂອ້ລົມຖາມຄໍາຖາມຂອງຄູ່ສົນທະນາຈົບຮຽບຮ້ອຍແລ້ວ, ກໍປ່ຽນຄູ່ສົນທະນາໃໝ່ໄປເລື້ອຍໆເພື່ອໃຫ້ຮູ້ຈັກກັບຫຼາຍຄົນ, ຖ້າຜູ້ໃດລົມກັບຄູ່ສົນທະນາໄດ້ຫຼາຍຄົນກ່ວາໝູ່, ຜູ້ນັ້ນຈະເປັນຜູ້ຊະນະເລີດ ແລະ ໄດ້ຮັບລາງວັນຈາກ LAO LAND ROVER.

ພໍຮອດ 21:00 ໂມງຄໍ່າ, ງານສ້າງສາຍສໍາພັນເຊື່ອມໂຍງທາງທຸລະກິດລະຫວ່າງບັນດາຜູ້ປະກອບການ ແລະ ບັນດາສະມາຊິກ ຂອງສະມາຄົມ ສົ່ງເສີມຜູ້ປະກອບກິດຈະການ ວິສະຫະກິດ ຂະໜາດນ້ອຍ ແລະ ກາງລາວ (LAOSME) ສະໜັບສະໜູນຫຼັກໂດຍບໍລິສັດ LAO LAND ROVER ກໍໄດ້ຈົບຢ່າງສະຫງ່າງາມ, ທຸກໆຄົນບັນທຶກຄວາມຊົງຈໍາ,​ ຮອຍຍິ້ມ ແລະ ຄວາມສຸກກັບບ້ານດ້ວຍຄວາມປອດໄພ.

ເກັບກໍາຂ່າວໂດຍ: ທ່ານຮອງປະທານ ສະມາຄົມ ສົ່ງເສີມຜູ້ປະກອບກິດຈະການ ວິສະຫະກິດ ຂະໜາດນ້ອຍ ແລະ ກາງລາວ (LAOSME) ທ່ານ ຫັດສະຫັວນ ແຮມະນີ (ຄູເຊັ່ງ)

ງານລ້ຽງສັງສັນ

Comments are disabled.