ບໍລິສັດ ກຸ່ມໄຊຍະວົງ ແລະ ໂຮງງານອຸດສາຫະກຳໂຕໂຢລາວ ຈຳກັດຜູ້ດຽວ ໄດ້ເປັນຜູ້ສະໜັບສະໜູນກິດຕິມະສັກ (VVIP) ໃຫ້ແກ່ສະມາຄົມສົ່ງເສີມຜູ້ປະກອບກິດຈະການ ວິສະຫະກິດຂະໜາດນ້ອຍ ແລະ ກາງລາວ (LAOSME)


ໃນນາມ ສະມາຄົມ ສົ່ງເສີມຜູ້ປະກອບກິດຈະການ ວິສະຫະກິດຂະໜາດນ້ອຍ ແລະ ກາງລາວ (LAOSME), ພວກເຮົາຄະນະບໍລິຫານງານ ມີຄວາມເອກອ້າງທະນົງໃຈ ແລະ ປື້ມປິຕິຊົມຊື່ນດີໃຈເປັນຢ່າງຍິ່ງ ທີ່ ບໍລິສັດ ກຸ່ມໄຊຍະວົງ ແລະ ໂຮງງານອຸດສາຫະກຳໂຕໂຢລາວ ຈຳກັດຜູ້ດຽວ ໄດ້ເປັນຜູ້ສະໜັບສະໜູນກິດຕິມະສັກ (VVIP) ໃຫ້ແກ່ສະມາຄົມສົ່ງເສີມຜູ້ປະກອບກິດຈະການ ວິສະຫະກິດຂະໜາດນ້ອຍ ແລະ ກາງລາວ (LAOSME) ຢ່າງເປັນທາງການ ຕັ້ງແຕ່ວັນທີ 23/12/2020 ເປັນຕົ້ນມາ. ໃນນາມສະມາຄົມ LAOSME ພວກເຮົາ ຄະນະບໍລິຫານທຸກໆຄົນ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈເປັນຢ່າງສູງຕໍ່ກັບ ທ່ານ ລັງກອນ ໄຊຍະວົງ ປະທານ ບໍລິສັດ ກຸ່ມໄຊຍະວົງ ແລະ ໂຮງງານອຸດສາຫະກຳໂຕໂຢລາວ ທີ່ເວລາໃດກໍເປັນພັນທະມິດທາງທຸລະກິດ, ໃຫ້ການສະໜັບສະໜູນ, ອູ້ມຊູຊ່ວຍເຫຼືອ, ເອື້ອເຟື້ອເພື່ອແຜ່ ແລະ ຊຸກຊູ້ສົ່ງເສີມ ບັນດາສະມາຊິກຜູ້ປະກອບການ ແລະ ສະມາຄົມ LAOSME ຕະຫຼອດມາ.

ດັ່ງທີ່ພວກເຮົາຮູ້ດີ ທ່ານ ລັງກອນ ໄຊຍະວົງ ປະທານ ບໍລິສັດ ກຸ່ມໄຊຍະວົງ ແລະ ໂຮງງານອຸດສາຫະກຳໂຕໂຢລາວ, ເພິ່ນເປັນຜູ້ນໍາອົງກອນທີ່ມີວິໄສທັດກ້ວາງໄກ, ເຮັດແທ້ທໍາຈິງ, ມີລະບົບຄວາມຄິດຈິນຕະນາການທີ່ໂດດເດັ່ນ, ມີການວາງແຜນທີ່ລໍ້າເລີດ, ມີຄວາມທຸ່ນທ່ຽງໜັກແໜ້ນ, ສຸຂຸມຮອບຄອບ ແລະ ຄິດໄຕ່ຕອງຢ່າງຖີ່ຖ້ວນ. ຕະຫຼອດໄລຍະເວລາ 20 ກ່ວາປີທີ່ຜ່ານມາ, ບໍ່ວ່າຈະເປັນກໍລະນີໃດໆ ແລະ ໃນສະຖານະການໃດໆກໍຕາມ, ເພິ່ນໄດ້ທຸ້ມເທສຸດຄວາມສາມາດ ທັງເຫື່ອແຮງ, ຄວາມຄິດມັນສະໝອງ, ຈິດວິນຍານ, ສະຕິປັນຍາ ແລະ ກໍາລັງວັງຊາທຸກໆຢ່າງເຂົ້າໃນການພັດທະນາ ບໍລິສັດ ກຸ່ມໄຊຍະວົງ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ຈາກ ວິສະຫະກິດຂະໜາດນ້ອຍ ກ້າວໄປສູ່ ໂຮງງານອຸດສະຫະກໍາຂະໜາດໃຫຍ່ທີ່ທັນສະໄໝ, ໄດ້ຄຸນະພາບມາດຕະຖານ ISO ແລະ ເປັນທີ່ຍອມຮັບ, ມີຄວາມໄວ້ວາງໃຈ ແລະ ເຊື່ອໝັ້ນຈາກພາຍໃນ ແລະ ສາກົນ. ດ້ວຍສ່ວນຕົວແລ້ວ ຂ້າພະເຈົ້າຂໍຍ້ອງຍໍຊື່ນຊົມ ອ້າຍລັງກອນ ເປັນຜູ້ປະກອບການຕົ້ນແບບທີ່ດີເດັ່ນ ໃຫ້ແກ່ບັນດາ ຜູ້ປະກອບການຍຸກໃໝ່ ທີ່ຕ້ອງການຂະຫຍາຍ, ພັດທະນາ ແລະ ສ້າງທຸລະກິດຂອງຕົນເອງໃຫ້ເຕີບໃຫຍ່ຈາກວິສະຫະກິດນ້ອຍໆ ກ້າວໄປສູ່ ວິສະຫະກິດຂະໜາດໃຫຍ່ຢ່າງໝັ້ນຄົງ ແລະ ຢັ້ງຢືນ.

ເມື່ອເອີ່ຍເຖິງ ບໍລິສັດ ກຸ່ມໄຊຍະວົງ ແລະ ໂຮງງານອຸດສາຫະກຳໂຕໂຢລາວ ຈຳກັດຜູ້ດຽວ ແມ່ນ ຕັ້ງຢູ່ຫຼັກ 18, ຖະໜົນ 13 ໃຕ້, ບ້ານ ໂພຄຳ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ເຊິ່ງໂຮງງານໄດ້ຜະລິດທໍ່ຄົບວົງຈອນເຊັ່ນ: ທໍ່ພີວີຊີ (PVC PIPE), ທໍ່ເອັສດີພີອີ (HDPE PIPE), ທໍ່ພີພີອາ (PPR PIPE), ທໍ່ແອວດີພີອີ (LDPE PIPE) ແລະ ອື່ນໆ ເພື່ອຮັບໃຊ້ໃນຂະແໜງນໍ້າປະປາ, ທໍ່ຫຸ້ມສາຍໄຟຟ້າ, ທໍ່ຫຸ້ມສາຍໂທລະຄົມ ແລະ ທໍ່ກະເສດຄົບວົງຈອນ ພາຍໃຕ້ເຄື່ອງໜາຍການຄ້າໂຕໂຢ (TOYO BRAND) ແລະ (ASIA GREEN BRAND) ທີ່ໄດ້ ຄຸນະພາບສູງ ແລະ ສາມາດທົດແທນສິນຄ້ານຳເຂົ້າຈາກຕ່າງປະເທດ. ຮອດປະຈຸບັນໂຮງງານອຸດສາຫະກຳໂຕໂຢລາວ ໄດ້ຮັບໃບຢັ້ງຢືນຄຸນະພາບມາດຕະຖານສາກົນ ISO 9901:2015 ແລະ ມາດຕະຖານ ແຫ່ງຊາດລາວ ມລ.71:2019. ສຳລັບເມັດຢາງ ແລະ ວັດຖຸດິບແມ່ນວັດຖຸດິບສົດ 100% ນຳເຂົ້າຈາກຜູ້ສະໜອງທີ່ມີຊື່ສຽງໃນໂລກເຊັ່ນ: ຈາກຕາເວັນອອກກາງ ເກົາຫຼີໃຕ້, ສີງກະໂປ, ໄຕຫວັນ ແລະ ໄທເປັນຕົ້ນ. ນອກນັ້ນ ຍັງມີທີມງານວິຊາການທີ່ຊ່ຽວຊານຫຼາຍກ່ວາ 20 ປີ ແລະ ນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝຫຼາສຸດຈາກຢູໂຣບ ແລະ ອາຊີເຂົ້າໃນການຜະລິດທໍ່. ປະຈຸບັນກຳລັງການຜະລິດຂອງໂຮງານປະມານ 50 ພັນໂຕນ ຕໍ່ປີ. ໂຮງງານອຸດສາຫະກຳໂຕໂຢລາວ ດຳເນີນການຜະລິດທີ່ສະອາດ, ເຄື່ອງຈັກທີ່ທັນສະໄໝ ແລະ ທີມງານວິຊາການທີ່ເປັນມືອາຊີບ, ສະນັ້ນ ທຸກໆຜະລິດຕະພັນຂອງໂຮງງານທໍ່ໂຕໂຢ ຈິ່ງຮັບປະກັນທາງດ້ານເຕັກນິກ ແລະ ຮັບປະກັນທາງ ດ້ານຄວາມສະອາດ.

ໃນທີ່ຜ່ານມາຍ້ອນຜົນງານອັນໂດດເດັ່ນ ແລະ ສະຫວ່າງສະໄຫວ, ເປັນຜະລິດຕະພັນຂອງຄົນລາວ, ຜະລິດຢູ່ ສ.ປ.ປ ລາວທີ່ໄດ້ຄຸນນະພາບສູງ ມາດຕະຖານ ISO ເປັນທີ່ຍອມຮັບທັງພາຍໃນ ແລະ ຕ່າງປະເທດ, ກໍໄດ້ມີບັນດາການນໍາຂັ້ນສູງ ເຊັ່ນ: ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ເຂັມມະນີ ພົນເສນາ ແລະ ຄະນະ, ອົງການຈັດຕັ້ງພາກລັດ ແລະ ເອກະຊົນ, ບັນດາກຸ່ມນັກທຸລະກິດ, ຜູ້ປະກອບການຕ່າງໆຈາກຫຼາຍໆພາກສ່ວນທົ່ວປະເທດກໍໄດ້ມາຢ້ຽມຢາມໂຮງງານອຸດສາຫະກຳໂຕໂຢລາວ ແລະ ຂໍແລກປ່ຽນຖອດຖອນບົດຮຽນກ່ຽວກັບຂະບວນການຜະລິດ,  ຂໍ້ມູນກ່ຽວກັບຜະລິດຕະພັນສິນຄ້າ ແລະ ການຫັນເປັນອຸດສາຫະກໍາທີ່ທັນສະໄໝ.

ສຸດທ້າຍນີ້ເພື່ອສະແດງຄວາມຮູ້ບຸນຄຸນອັນຊາບຊຶ້ງ ແລະ ເປັນການສັນລະເສີນກຽດຕິຄຸນ ຂອງ ບໍລິສັດ ກຸ່ມໄຊຍະວົງ ແລະ ໂຮງງານອຸດສາຫະກຳໂຕໂຢລາວ ທີ່ໄດ້ເປັນຜູ້ສະໜັບສະໜູນກິດຕິມະສັກ (VVIP) ໃຫ້ແກ່ສະມາຄົມ LAOSME, ພວກເຮົາໃນນາມ ສະມາຄົມ LAOSME ຂໍເຊີດຊູ, ສົ່ງເສີມ ແລະ ໃຫ້ການສະໜັບສະໜູນເປັນພັນທະມິດທາງທຸລະກິດ ໂດຍການເປັນອີກຊ່ອງທາງໜຶ່ງໃນການໂຄສະນາ ເຜີຍແຜ່ປະຊາສໍາພັນ,  ຂະຫຍາຍການຕະຫຼາດ  ແລະ ຍົກສູງແບຣນ ລວມທັງ ຜະລິດຕະພັນ TOYO LAO ໃຫ້ຂະຫຍາຍວົງກ້ວາງອອກໄປສູ່ສາຍຕາສັງຄົມລາວ ແລະ ສ້າງຄວາມສັດທາ, ເຊື່ອໝັ້ນ ແລະ ໄວ້ວາງໃຈໃຫ້ແກ່ບັນດາຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດຢ່າງສະຫງ່າງາມ.

ການໄປຢ້ຽມຢາມ

Comments are disabled.