ໄປນໍາກັນໄປໄດ້ໄກ


ໄປນໍາກັນໄປໄດ້ໄກໝາຍຄວາມວ່າແນວໃດ? ມື້ນີ້ ລາວສ້າງຝັນຂໍແບ່ງປັນໃຫ້ຟັງ

     ເນື່ອງໃນໂອກາດໃນງານມະຫະກໍາເຄື່ອງສໍາອາງລາວປະຈໍາປີ 2021 ທີ່ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 28 – 31/01/2021 ຢູ່ສູນການຄ້າໄອເຕັກ. ຕາງໜ້າໃຫ້ສະມາຄົມສົ່ງເສີມຜູ້ປະກອບກິດຈະການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ລາວ (ສນກລ) ກໍໄດ້ເຂົ້າຮ່ວມມາແບ່ງປັນຄວາມຮູ້ທາງທຸລະກິດ ແລະ ເສວະນາໃນຫົວຂໍ້: “ໄປນໍາກັນໄປໄດ້ໄກ”.

     ງານເສວະນາໄດ້ດໍາເນີນໄປຢ່າງມີຄວາມໝາຍ, ຟົດຟື້ນ ແລະ ເປັນກັນເອງ. ມີຜູ້ເຂົ້າຮ່ວມງານມາຮ່ວມຮັບຟັງການແບ່ງປັນໃນຄັ້ງນີ້, ສ່ວນຫຼາຍແມ່ນຜູ້ປະກອບການ, ນັກທຸລະກິດ ແລະ ຊາວຄ້າຂາຍ. ທ່ານ ວິໄລສັກ ສຸລິຈັນ ຮອງປະທານ ສະມາຄົມສົ່ງເສີມຜູ້ປະກອບກິດຈະການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງລາວໄດ້ເລົ່າເລື່ອງກ່ຽວກັບ ຄວາຍສີ່ໂຕ ສາມາດເອົາຊະນະເສືອໜື່ງໂຕໄດ້. ຖ້າຫາກວ່າຄວາຍທັງສີ່ມີຄວາມສາມັກຄີ ແລະ ລວມພະລັງກັນກໍສາມາດເອົາຊະນະເສືອທີ່ມີກໍາລັງແຂງແຮງກ່ວາໄດ້.

     ມີຄໍາສຸພາສິດພາສາອັງກິດເພິ່ນເວົ້າວ່າ: “If you want to go fast, go alone. If you want to go far, go together.” ຖ້າແປເປັນພາສາລາວກໍແມ່ນ: “ຖ້າຢາກໄປໄວໃຫ້ໄປຄົນດຽວ, ຖ້າຢາກໄປໄກໃຫ້ໄປນໍາກັນ”. ມີບົດຄົ້ນຄ້ວາວິໄຈທາງວິທະຍາສາດຫຼາຍໆບົດເພິ່ນໄດ້ຢັ້ງຢືນໄວ້ວ່າ:​ “ມະນຸດເຮົາຈະສາມາດສະແດງຄວາມເກັ່ງກ້າສາມາດ ແລະ ພອນສະຫວັນອອກມາໄດ້ສູງສຸດ, ກໍຕໍ່ເມື່ອມະນຸດເຮົາໄດ້ຢູ່ລວມກັນ”. ຍົກຕົວຢ່າງ: ເວລາທີ່ມະນຸດຕົວຄົນດຽວໄປດໍາລົງຊີວິດຢູ່ໃນປ່າດົງດິບ, ອາດຈະບໍ່ມາດມີຊີວິດຢູ່ລອດເໝືອນດັ່ງລີງໂຕດຽວທີ່ດໍາລົງຊີວິດຢູ່ໃນປ່າດົງດິບໄດ້, ແຕ່ຖ້າຫາກວ່າມີມະນຸດຫຼາຍກວ່າ 1,000 ຄົນໄປດໍາລົງຊີວິດຢູ່ໃນປ່າດົງດິບຮ່ວມກັນ, ມະນຸດ 1,000 ຄົນນັ້ນຈະສາມາດສ້າງປ່າໃຫ້ກາຍເປັນເມືອງທີ່ທັນສະໄໝ ແລະ ມີຊີວິດຊີວາເປັນຕາໜ້າຢູ່ຂຶ້ນມາໄດ້. ນີ້ຄືສັກກະຍະພາບ, ນີ້ຄືຄວາມສາມາດສູງສຸດ ແລະ ມັນຄືພະລັງອັນຍິ່ງໃຫຍ່ທີ່ມະນຸດເຮົາສ້າງຮ່ວມກັນ. ຖ້າເວົ້າເຖິງປະຫວັດສາດຫຼາຍຮ້ອຍປີກ່ອນທີ່ຜ່ານມາ, ບໍ່ວ່າຈະເປັນອະນາຈັກໂຣມັນ, ກໍາແພງເມືອງຈີນ, ທາດປີລະມິດ ແລະ ສິ່ງປະດິດທີ່ຍິ່ງໃຫຍ່ຕ່າງໆທີ່ຫຼົງເຫຼືອສືບທອດໄວ້ໃຫ້ຄົນລຸ້ນຫຼັງໄດ້ສໍາພັດກັບຄວາມງົດງາມດັ່ງກ່າວນັ້ນ, ກໍລ້ວນແລ້ວແຕ່ເກີດຈາກຝີມືຂອງມະນຸດຫຼາຍໆຄົນເຊິ່ງເປັນບັນພະບຸລຸດຂອງພວກເຮົາທີ່ໄດ້ຮວມພະລັງ ແລະ ຮວມຕົວກັນສ້າງສິ່ງນັ້ນຂຶ້ນມາ.

     ຖ້າຈະເວົ້າເຖິງໃນແງ່ການດໍາເນີນທຸລະກິດກໍເຊັ່ນດຽວກັນ. ທ່ານ Bill Gates ບ່ໄດ້ກໍ່ຕັ້ງບໍລິສັດ Microsoft ຂຶ້ນມາພຽງແຕ່ລໍາພັງຄົນດຽວ, ຍັງມີທ່ານ Paul Allen ເປັນຜູ້ຮ່ວມກໍ່ຕັ້ງ. ທ່ານ Steve Jobs ບໍ່ໄດ້ກໍ່ຕັ້ງບໍລິສັດ Apple ຂຶ້ນມາພຽງແຕ່ລໍາພັງຄົນດຽວ, ຍັງມີທ່ານ Steve Wozniak ແລະ ທ່ານ Ronald Wayne ເປັນຜູ້ຮ່ວມກໍ່ຕັ້ງ. ທ່ານ Larry Page ບໍ່ໄດ້ກໍ່ຕັ້ງບໍລິສັດ Alphabet ເປັນບໍລິສັດແມ່ຂອງ Google ຂຶ້ນມາພຽງແຕ່ລໍາພັງຄົນດຽວ, ຍັງມີທ່ານ Sergey Brin ເປັນຜູ້ຮ່ວມກໍ່ຕັ້ງ. ສິ່ງເຫຼົ່ານີ້ມັນສະແດງໃຫ້ເຫັນຢ່າງຊັດເຈນວ່າ: ຖ້າຢາກສ້າງສິ່ງໃດສິ່ງໜຶ່ງທີ່ຢັ້ງຢືນ ແລະ ຍີ່ງໃຫຍ່ນັ້ນ, ຄວນອາໄສຄວາມສາມັກຄີ ແລະ ພະລັງຈາກຫຼາຍໆຄົນມາຂັບເຄື່ອນນໍາກັນ.

     ການເສຍສະຫຼະເວລາສ່ວນຕົວເຂົ້າເຮັດວຽກປະກອບສ່ວນໃນສະມາຄົມ ສົ່ງເສີມຜູ້ປະກອບກິດຈະການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ລາວ (ສນກລ) ກໍເຊັ່ນດຽວກັນ, ເບິ່ງຄືວ່າເຮົາຈະເສຍສິດຜົນປະໂຫຍດ ແລະ ເສຍເວລາສ່ວນຕົວໃນການເຮັດທຸລະກິດຂອງຕົນເອງໄປ, ແຕ່ຫາກເບິ່ງແບບການເບິ່ງກ້ວາງເຫັນໄກເປັນໄລຍະຍາວແລ້ວ, ສັກກະຍະພາບ ແລະ ຄວາມເກັ່ງກ້າສາມາດຂອງເຮົາ ມັນໄດ້ເປັ່ງປະກາຍ ແລະ ສ່ອງແສງຢ່າງສະຫວ່າງສະໄຫວຂຶ້ນມາແບບເຮົາບໍ່ຮູ້ສຶກຕົວ ກໍຕໍ່ເມື່ອເຮົາໄດ້ມາເຫັນຄວາມສາມາດ ແລະ ພະລັງຈາກຫຼາຍໆນັກທຸລະກິດທີ່ມາລວມຕົວກັນ, ເຫັນຄວາມຄິດທີ່ໂດດເດັ່ນ ແລະ ແຕກຕ່າງຈາກຄົນອື່ນ, ຈຶ່ງເຮັດໃຫ້ເຮົາຢາກກ້າວໜ້າ, ຈຶ່ງເຮັດໃຫ້ເຮົາຢາກພັດທະນາຕົນເອງໃຫ້ດີຂຶ້ນກ່ວາເກົ່າ, ເຮັດໃຫ້ເຮົາສາມາດຖອດຖອນບົດຮຽນ ແລະ ຮຽນຮູ້ປະສົບການທາງທຸລະກິດຂອງຈິງຈາກຜູ້ທີ່ມີປະສົບການຫຼາຍໆທ່ານ, ນີ້ຄືພະລັງຂອງກຸ່ມ ແລະ ຄືພະລັງຂອງຄວາມສາມັກຄີທີ່ສາມາດຮ່ວມກັນສ້າງສິ່ງທີ່ດີກ່ວາໄດ້ສະເໝີ.

ไม่มีหมวดหมู่ງານສຳມະນາ

Comments are disabled.