ພິທີວາງສະແດງເຄື່ອງສໍາອາງ


ວັນທີ 28 ມັງກອນທີ່ຜ່ານມາ ຢູ່ທີ່ໄອເຕັກມໍ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດງານວາງສະແດງ ເຄື່ອງສໍາອາງ, ສຸຂະພາບ ແລະ ຄວາມງາມ ປະຈໍາປີ 2021 ຂຶ້ນ ໂດຍມີສະມາຊິກຂອງກຸ່ມນັກທຸລະກິດເຄື່ອງສໍາອາງ, ສຸຂະພາບ ແລະ ຄວາມງາມເຂົ້າຮ່ວມ 50 ກ່ວາຜູ້ປະກອບການທີ່ເຮັດທຸລະກິດກ່ຽວກັບເຄື່ອງສໍາອາງ, ຄວາມສວຍຄວາມງາມ, ສຸຂະພາບ ແລະ ຜະລິດຕະພັນອາຫານເສີມ.  ຈຸດປະສົງຫຼັກກໍເພື່ອມາແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນທາງດ້ານການດໍາເນີນທຸລະກິດ, ການພັດທະນາຜະລິດຕະພັນ ແລະ ເປັນການໂຄສະນາເຜີຍແຜ່ຜະລິດຕະພັນເຄື່ອງສໍາອາງທັງພາຍໃນ ແລະ ຕ່າງປະເທດທີ່ດີໆມີຄຸນະພາບອອກສູ່ສັງຄົມລາວ.

ເປັນກຽດເຂົ້າຮ່ວມງານໃນການເປີດພິທີໃນຄັ້ງນີ້, ທ່ານ ລິດທິໄກ ພູມມະສັກ ປະທານ ສະມາຄົມສົ່ງເສີມຜູ້ປະກອບກິດຈະການຂະ
ໜາດນ້ອຍ ແລະ ກາງລາວ, ທ່ານ ທິລະກອນ ອານຸວົງ ປະທານກຸ່ມນັກທຸລະກິດເຄື່ອງສໍາອາງ, ສຸຂະພາບ ແລະ ຄວາມງາມ, ທ່ານ ແຊມ ແມັງ ຮອງປະທານສະມາຄົມ ອຸດສາຫະກໍາ K-Beauty, ທ່ານ ນາງ ຄໍາພາ ຄໍາບຸນເຮືອງ ຜູ້ຈັດການທົ່ວໄປ ສູນການຄ້າ ໄອເຕັກມໍ ແລະ ບັນດາຜູ້ປະກອບການຈາກຫຼາຍໆສະມາຄົມກໍໄດ້ໃຫ້ກຽດເຂົ້າຮ່ວມ.

ໂອກາດຄັ້ງນີ້, ທ່ານ ທິລະກອນ ອານຸວົງ ກ່າວວ່າ: ໃນນາມປະທານ ກຸ່ມ ກໍຄື ໃນນາມສ່ວນຕົວ, ຮູ້ສຶກດີໃຈເປັນຢ່າງຍິ່ງທີ່ເຫັນງານເຄື່ອງສໍາອາງ, ສຸຂະພາບ ແລະ ຄວາມງາມຄັ້ງທໍາອິດນີ້ເກີດຂຶ້ນມາໄດ້, ຂໍຂອບໃຈມາຍັງສູນການຄ້າໄອເຕັກມໍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືກັບທາງກຸ່ມຂອງພວກເຮົາ, ສາມັກຄີຊ່ວຍກັນ ຈັດຕັ້ງປະຕິບັດງານຈົນສາມາດລຸລ່ວງສໍາເລັດຜົນໄປໄດ້ດ້ວຍດີ. ຂໍຂອບໃຈທຸກໆພາກສ່ວນທີ່ໄດ້ເສຍສະຫຼະເວລາມາຮ່ວມງານໃນຄັ້ງນີ້.

ງານຄັ້ງນີ້ ເໝືອນດັ່ງໄດ້ສ້າງຄວາມຝັນໃຫ້ກາຍເປັນຄວາມຈິງ, ເພາະພວກເຮົາ ກຸ່ມນັກທຸລະກິດເຄື່ອງສໍາລາງລາວໄດ້ຄອງຄໍ ເປີດງານນີ້ມາເປັນເວລາ 6 ປີ, ນັບຕັ້ງແຕ່ສ້າງຕັ້ງກຸ່ມຈົນມາຮອດປະຈຸບັນ, ງານຄັ້ງນີ້ ເຖິງວ່າບໍ່ແມ່ນງານທີ່ຍິ່ງໃຫຍ່, ແຕ່ກໍເປັນງານທີ່ມີຄວາມໝາຍສ້າງຄຸນຄ່າທາງຈິດໃຈ ທີ່ພວກເຮົາທຸ້ມເທສຸດຄວາມສາມາດຮ່ວມຈິດຮ່ວມໃຈຮ່ວມແຮງຮ່ວມພະລັງກັນ ຈັດຂຶ້ນມາຈົນໄດ້, ການຈັດງານຄ້ັງນີ້ເປັນຄັ້ງທໍາອິດ ແລະ ຈະມີການຮ່ວມມືກັນເພື່ອຈັດງານຄັ້ງຕໍ່ໄປໃຫ້ດີຂຶ້ນເລື້ອຍໆ. ປະຈຸບັນ ກຸ່ມນັກທຸລະກິດເຄື່ອງສໍາອາງ, ສຸຂະພາບ ແລະ ຄວາມງາມ ມີການເຕົ້າໂຮມສະມາຊິກຜູ້ປະກອບການຫຼາຍກວ່າ 50 ຫົວໜ່ວຍ, ເຊິ່ງປະກອບມີທັງບຸກຄົນ,​ ນິຕິບຸກຄົນ ແລະ ບໍລິສັດ, ພວກເຮົາມີການເຄື່ອນໄຫວກຸ່ມມາຕັ້ງແຕ່ປີ 2015 ເປັນຕົ້ນມາ, ບໍ່ວ່າຈະເປັນການເຂົ້າຮ່ວມກອງປະຊຸມຕ່າງໆທັງລະດັບພາຍໃນ ແລະ ສາກົນ, ເຂົ້າຮ່ວມງານວາງສະແດງນາໆຊາດ, ການຈັດກິດຈະກໍາໃຫ້ຄວາມຮູ້ ແລະ ເຜີຍແຜ່ລະບຽບການຕ່າງໆ.

ງານວາງສະແດງ

Comments are disabled.