Welcome AUTO LAO as our new Strategic Partner !

Welcome AUTO LAO as our new Strategic Partner !

📍ພວກເຮົາ ຄະນະບໍລິຫານ ແລະ ສະມາຊິກ ສະມາຄົມສົ່ງເສີມຜູ້ປະກອບກິດຈະການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງລາວ (LAOSME) ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງມາຍັງ ບໍລິສັດ ໂອໂຕລາວຈໍາກັດ ຜູ້ດຽວ (Auto Lao Sole Company Ltd.) ທີ່ໄດ້ໃຫ້ການສະໜັບສະໜູນເປັນ ຜູ້ອຸປະຖໍາຫຼັກ (VVIP Sponsor) ໃຫ້ແກ່ສະມາຄົມພວກເຮົາຕັ້ງແຕ່ເດືອນ ມັງກອນ ປີ 2021 ເປັນຕົ້ນມາ.

📍ບໍລິສັດ ໂອໂຕລາວຈໍາກັດ ຜູ້ດຽວ ໄດ້ຮັບລິຂະສິດຢ່າງຖືກຕ້ອງເປັນຕົວແທນຈໍາໜ່າຍລົດຍີ່ຫໍ້ ເມີຊິແດສ ເບນສ (Mercedes-Benz )ແຫ່ງປະເທດລາວ ໃນປີ 2006 ເປັນຕົ້ນມາ. ເຊິ່ງທຸກໆຄົນຮູ້ກັນດີວ່າເປັນລົດຫຼູມີລະດັບ, ຄຸນະພາບສູງ ແລະ ເປັນທີ່ໄວ້ວາງໃຈຈາກຄົນທົ່ວໂລກ ເປັນຜະລິດຕະພັນສິນຄ້າຂອງບໍລິສັດ Daimler AG ແຫ່ງປະເທດເຢຍລະມັນ.

📍ພາຍໃຕ້ການນໍາພາອັນສະຫຼຽວສະຫຼາດ ແລະ ມີວິໄສທັດຢ່າງກ້ວາງໄກ ຂອງທ່ານ ສູນທອນ ພົມມະສັກ (ປະທານ) ແລະ ລູກຊາຍຂອງເພິ່ນ ທ່ານ ທະນູສັກ ພົມມະສັກ (ຜູ້ອໍານວຍການໃຫຍ່) ບໍລິສັດ ໂອໂຕລາວຈໍາກັດ ຜູ້ດຽວ ໄດ້ກາຍເປັນຜູ້ນໍາທາງດ້ານການຈຳຫນ່າຍລົດຫຼູມີລະດັບ ແລະ ໄດ້ຮັບຄວາມໄວ້ວາງໃຈສູງຈາກສັງຄົມລາວ.

📍ບໍລິສັດ ໂອໂຕລາວຈໍາກັດ ຜູ້ດຽວ ມີວິໄສທັດ(Vision)ທີ່ຊັດເຈນນັ້ນກໍຄື ເປັນຕົວແທນຈໍາໜ່າຍລົດຍົນທີ່ດີທີ່ສຸດໃນ ສ.ປ.ປ ລາວ ແລະ ມອບຄຸນຄ່າທາງປະສົບການທີ່ເໜືອລາຄາໃຫ້ແກ່ລູກຄ້າໃນ ສ.ປ.ປ ລາວ (To be the best automobile distributor in Laos, providing the absolute best automotive experience to Lao consumers.)

📍ບໍລິສັດ ໂອໂຕລາວຈໍາກັດ ຜູ້ດຽວ ມີ 3 ພາລະກິດ (Mission) ຫຼັກທີ່ມຸ່ງໝັ້ນສ້າງສັນສິ່ງທີ່ດີທີ່ສຸດໃຫ້ແກ່ລູກຄ້າຄື:1. ສ້າງແຮງບັນດານໃຈ ແລະ ຄວາມປະທັບໃຈສູງສຸດໃຫ້ແກ່ຜູ້ບໍລິໂພກກໍຄືລູກຄ້າ ໃຫ້ໄດ້ຮັບຜົນປະໂຫຍດສູງສຸດໃນຜະລິດຕະພັນ ແລະ ການບໍລິການ.(To inspire all our consumers with our products, service, and brand.)2. ສ້າງຊຸມຊົນຜູ້ທີ່ນິຍົມຊົມຊອບລົດເບນສໃນ ສ.ປ.ປ ລາວ.(To create a community of Lao Mercedes-Benz enthusiasts.)3. ສະໜັບສະໜູນ ແລະ ສົ່ງເສີມລູກຄ້າຂອງພວກເຮົາໄປສູ່ເປົ້າໝາຍແຫ່ງຄວາມສໍາເລັດ.(To help our customers in supporting their goals of success.)

📍ບໍລິສັດ ໂອໂຕລາວຈໍາກັດ ຜູ້ດຽວ ມີຜະລິດຕະພັນຍີ່ຫໍ້ລົດເບນສຫຼາກຫຼາຍຊະນິດໃຫ້ລູກຄ້າມີທາງເລືອກຫຼາຍທາງເຊັ່ນ: GLS 450, GLE 53 4Matic, GT 53 4MATIC, GLS 63, CLS 350 AMG ແລະ ອື່ນໆ. ພ້ອມດຽວກັນນີ້ຍັງມີການບໍລິການຫຼັງການຂາຍທີ່ໄດ້ຄຸນະພາບສູງເຊັ່ນ: ມີທີ່ປຶກສາກ່ຽວກັບການໃຫ້ຄວາມຮູ້ໃນການຂັບຂີ່ ແລະ ບໍາລຸງຮັກສາລົດ, ມີບໍລິການສາຍດ່ວນ (Hotline) 24 ຊົ່ວໂມງ, ບໍລິການປ່ຽນນໍ້າມັນເຄື່ອງ, ກວດກາສຸຂະພາບຂອງລົດ ແລະ ບໍລິການອື່ນໆ.

📍ສຸດທ້າຍນີ້ ພວກເຮົາ ຄະນະບໍລິຫານ ແລະ ສະມາຊິກ ສະມາຄົມສົ່ງເສີມຜູ້ປະກອບກິດຈະການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງລາວ (LAOSME) ຮູ້ສຶກຍິນດີ ແລະ ເປັນກຽດ ທີ່ ບໍລິສັດຊັ້ນນຳ ຢ່າງ AUTO LAO ໃຫ້ການສະຫນັບສະຫນູນ ແລະ ຕັດສິນໃຈເປັນຄູ່ຮ່ວມຍຸດທະສາດໃຫມ່ ຂອງສະມາຄົມ. ພວກເຮົາຂໍອວຍພອນໄຊອັນປະເສີດ ມາຍັງ ຄະນະປະທານ ຜູ້ບລິຫານ ແລະ ພະນັກງານ ທຸກທ່ານ ຂອງບໍລິສັດໂອໂຕລາວ ຈໍາກັດ ຜູ້ດຽວ ຈົ່ງປະສົບຜົນສໍາເລັດ, ພົບພໍ້ແຕ່ສິ່ງດີໆ, ບັນລຸ ທຸກເປົ້າຫມາຍ ທີ່ວາງໃວ້ ແລະ ເປັນອົງກອນທີ່ກ້າວໜ້າ ທຸກໆຄົນຮັກແພງສາມັກຄີກັນເປັນໜຶ່ງດຽວ ແລະ ສ້າງຄຸນຄ່າອັນໃຫຍ່ຫຼວງໃຫ້ແກ່ສັງຄົມລາວຢ່າງສະຫງ່າງາມ.