LAOSME ແມ່ນໃຜ?

 

          ພວກເຮົາ ແມ່ນສະມາຄົມສົ່ງເສີມຜູ້ປະກອບການຂະໜາດນ້ອຍ ແລະ ກາງ ມີວັດຖຸຈຸດປະສົງສ້າງຕັ້ງຂຶ້ນ ເຊື້ອເຊີນເອົາບັນດາຜູ້ປະກອບການໜຸ່ມນ້ອຍທີ່ມີຄວາມຄິດສ້າງສັນ, ມີຫົວຄິດທັນສະໄໝ ແລະ ມີນໍ້າໃຈເສຍສະຫຼະ  ເຕົ້າໂຮມສາມັກຄີເປັນປຶກແຜ່ນເພື່ອລວມພະລັງກັນ ຂັບເຄື່ອນ, ສະໜັບສະໜູນ, ຊ່ວຍເຫຼືອ ແລະ ເປັນພັນທະມິດກັບວິສະຫະກິດຂະໜາດນ້ອຍ ແລະ ກາງ 99.8% ໃນ ສ.ປ.ປລາວທັງໝົດ ໃຫ້ສາມາດດໍາເນີນທຸລະກິດໄດ້ຢ່າງເຕີບໃຫຍ່ ແລະ ຢືນຍົງ, ມີຄວາມຮູ້ໃນການດໍາເນີນທຸະລະກິດຢ່າງຖືກຕ້ອງເໝາະສົມກັບຍຸກກັບສະໄໝເວົ້າລວມ, ເວົ້າສະເພາະກໍ່ແມ່ນຊ່ວຍໃຫ້ SME ລາວສາມາດນໍາເອົາສິນຄ້າຂອງຕົນເຂົ້າຫາຊ່ອງຫາການຂາຍທາງອິນເຕີເນັດທີ່ເປັນດິຈິຕໍ້ 5.0 ບໍ່ວ່າຈະເປັນການຄ້າແບບອີເລັກໂທຣນິກ (E-Commerce) ແລະ ການຄ້າທາງສັງຄົມສື່ອອນລາຍ (Website, Facebook, Youtube) ອື່ນໆ.