ສະມາຄົມ LAOSME ເປີດຕົວຢ່າງເປັນທາງການ

ສະມາຄົມ LAOSME ຈັດງານຖະແຫຼງຂ່າວເປີດຕົວຢ່າງເປັນທາງການ ຊູ 4 ກິດຈະກຳໃຫຍ່ ປະຈຳປີ 2021 ໂດຍໄດ້ຜູ້ສະໜັບສະໜູນຮ່ວມຊຸກຍູ້ 5 ອົງກອນ ພ້ອມທັງຮ່ວມມືກັບ 2 ສະຖາບັນເພື່ອພ້ອມຊຸກຍູ້ ທຸລະກິດ SME ເຕີບໂຕ

ເມື່ອວັນທີ 17 ກຸມພາ 2021 ທີ່ພັດທະຄານ ເຊັນພິລາ ສະມາຄົມສົ່ງເສີມຜູ້ປະກອບກິດຈະການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງລາວ ໄດ້ຈັດງານ ໄດ້ຈັດງານເປີດຕົວສະມາຄົມຂື້ນຢ່າງເປັນທາງການ

ເຂົ້າຮ່ວມກອງປະຊຸມ ມີທ່ານທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (DOSMEP) ກະຊວງອຸດສາຫະກໍາ ແລະ ການຄ້າ. ທ່ານ ວາລະໄຊ ເລັ່ງສະຫວັດ  ຮອງຫົວໜ້າກົມການຄ້າພາຍໃນ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ລິດທິໄກ ພູມມະສັກ ປະທານ ສະມາຄົມ LAOSME, ທ່ານ ຮອງສາສະດາຈານ ປ.ອ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລ ແຫ່ງຊາດ, ທ່ານ  Yoshiharu YONEYAMA ຫົວໜ້າ ອົງການໄຈກາ ປະຈໍາລາວ, ບັນດາທ່ານຄະນະບໍລິຫານ, ພ້ອມດ້ວຍສະມາຊິກສະມາຄົມ LAO SME, ບັນດາແຂກຜູ້ສະໜັບສະໜູນກິດຕິມັກສັກ VVIP ຂອງສະມາຄົມ LAOSME, ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ລິດທິໄກ ພູມມະສັກ ປະທານ ສະມາຄົມ LAOSME ກ່າວວ່າ: “ ສະມາຄົມ LAOSME ສ້າງຕັ້ງຈາກການລວມໂຕຂອງບັນດາຜູ້ປະກອບກິດຈະການວິສະຫະກິດຂະໜາດນ້ອຍ ແລະ ກາງທີ່ມາຈາກຫຼາຍຂະແໜງການ ແລະ ເປັນຜູ້ທີ່ມີອຸດົມການອັນດ່ຽວກັນ ກໍ່ຄື່ການຊ່ວຍເຫຼືອບັນດາທຸລະກິດຂະໜາດໜ້ອຍ, ກາງ ແລະ ຈູນລະວິສະຫະກິດຂອງລາວໃຫ້ສາມາດພັດທະນາກ້າວໄກ, ສ້າງຄວາມສີວິໄລ ແລະ ໄປສູ່ລະດັບໂລກ. ມາຮອດວັນທີ 1 ສີງຫາ 2020 ຄະນະຂົນຂວາຍສ້າງຕັ້ງສະມາຄົມກໍ່ໄດ້ເປີດກອງປະຊຸມຄັ້ງປະຖົມມະລືກ ເພື່ອເລືອກຕັ້ງເອົາຄະນະບໍລິຫານຊຸດທີນື່ງ ໃນສະໄໝທີນື່ງຂອງສະມາຄົມ ຢູ່ສະພາການຄ້າ ແລະ ອຸສະຫະກໍາແຫ່ງຊາດ ຕາມໜັງສືອະນຸມັດໃຫ້ຈັດກອງປະຊຸມຂອງທ່ານລັດຖະມົນຕີ ກະຊວງອຸສະຫະກໍາ ແລະ ການຄ້າ ເລກທີ 0687/ອຄ ກຄພນ, ລົງວັນທີ 23/07/2020.

ທ່ານ ປະທານ ສະມາຄົມ LAOSME ຍັງໄດ້ກ່າວອີກວ່າ: “ ກອງປະຊຸມໄດ້ຄັດເລືອກເອົາຄະນະບໍລິຫານງານຈຳນວນ 21 ທ່ານ ໃນນັ້ນປະກອບມີ ປະທານ 1 ທ່ານ, ຮອງປະທານ 4 ທ່ານ, ປະທານກວດກາ 1 ທ່ານ ແລະ ຮອງປະທານກວດກາ 1 ທ່ານ ນອກນັ້ນກອງປະຊຸມຍັງໄດ້ຜ່ານກົດລະບຽບຂອງສະມາຄົມເພື່ອນຳສະເໜີໃຫ້ແກ່ກະຊວງອຸສະຫະກໍາ ແລະ ການຄ້າເພື່ອພິຈາລະນາຮັບຮ້ອງ.”

ມາຮອດວັນທີ 19/01/2021 ສະມາຄົມ LAOSME ກໍ່ໄດ້ຮັບຈົດໝາຍແຈ້ງຕອບຮັບຮອງຄະນະປະທານ, ຄະນະບໍລິຫານ ແລະ ກົດລະບຽບຂອງສະມາຄົມຈາກກະຊວງອຸສະຫະກໍາ ແລະການຄ້າ ຕາມຂໍ້ຕົກລົງຂອງ ທ່ານລັດຖະມົນຕີ ກະຊວງອຸສະຫະກໍາ ແລະ ການຄ້າ ເລກທີ 0040/ອຄ.ກຄພນ.

ມາຮອດວັນທີ 26 ມັງກອນ 2021 ກົມພັດທະນາການບໍລິຫານລັດ ກະຊວງພາຍໃນ ກໍ່ໄດ້ອອກໃບທະບຽນສະມາຄົມ ເລກທີ 20/ກພລ ໃຫ້ແກ່ ສະມາຄົມສົ່ງເສີ່ມຜູ້ປະກອບກິດຈະການວິສະຫະກິດ ຂະໜາດນ້ອຍ ແລະ ກາງລາວ (ສນກລ) ຊື່ເປັນພາສາອັງກິດ Small and Medium Enterprise Promotion Association of Lao PDR (LAOSME) ລົງລາຍເຊັນໂດຍ ທ່ານຫົວໜ້າກົມ ນິສິດ ແກ້ວປັນຍາ ຢ່າງເປັນທາງການ.

ມາຮອດປັດຈຸບັນ ສະມາຊິກຂອງສະມາຄົມ LAOSME ມີຮອດ 70 ຄົນ ແລະ ມີຜູ້ສະໜັບໜູນກິດຕະມະສັກ ຫຼື VVIP ຈຳນວນ 5 ອົງກອນ ໄດ້ແກ່

  1. ທະນາຄານ ຫວຽດຕີນ ລາວ ຈຳກັດ
  2. ທະນາຄານ ມາລູຮັນ ເຈແປນລາວ ຈຳກັດ
  3. ບໍລິສັດ ກຸ່ມໄຊຍະວົງ ແລະ ໂຮງງານອຸສະຫະກໍາ ໂຕໂຍລາວ ຈຳກັດຜູ້ດຽວ
  4. ບ.ສ ເດິລເວີຣີ ຮີໂຣ (ລາວ) ຈຳກັດຜູ້ດຽວ ຫຼື ອີກຊື່ນື່ງຂອງເພີ່ນແມ່ນ Food Panda
  5. ບໍລິສັດ ໂອໂຕລາວ ຕົວແທນຈຳໜ່າຍລົດຍີ້ຫໍເມສິເດນ ເບນ ໃນ ສປປລາວ

ສະມາຄົມ LAOSME ໄດ້ວາງວິໄສທັດຮອດປີ 2023 ກໍຄືການສ້າງສີ່ງແວດລ້ອມ ຫຼື ລະບົບນິເວດທີ່ອໍານວຍຄວາມສະດວກ, ມີຄວາມໝາຍແລະເປັນກໍາລັງແຮງໃຫ້ແກ່ບັນດາທຸລະກິດຂະໜາດນ້ອຍ ແລະ ກາງລາວໃຫ້ສາມາດກ້າວໄປໄກສູ່ຕະຫຼາດໂລກໄດ້. ເພື່ອໃຫ້ໄປບັນລຸເປົ້າໝາຍດັ່ງກ່າວ ສະມາຄົມຂອງພວກເຮົາໄດ້ກຳນົດ ພາລະກິດໃຫ້ແກ່ຄະນະບໍລິຫານດັ່ງຕໍ່ໄປນີ້:

  1. ສ້າງສະມາຄົມເປັນສູນລວມແລກປ່ຽນຄວາມຮູ້ ແລະ ຂໍ້ມູນຂ່າວສານໃຫ້ແກ່ສະມາຊິກ
  2. ຊ່ວຍເຫຼືອສະມາຊິກໃນການພັດທະນາທຸລະກິດໃໝ່
  3. ຊ່ວຍເຫຼືອສະມາຊິກໃນການເຂົ້າເຖີງຕະຫຼາດພາຍໃນ ແລະ ສາກົນ
  4. ສົ່ງເສີມໃຫ້ມີຄວາມສາມະຄີ ແລະ ຄວາມຫຼາກຫຼາຍຂອງສະມາຊິກ
  5. ສ້າງແຮງບັນດານ ແລະ ສະໜັບສະໜູນໃຫ້ເກີດມີການພັດທະນາຜູ້ປະກອບການໃໝ່ໃນສປປລາວ
  6. ສົ່ງເສີມການນຳໃຊ້ນະວັດຕະກໍາ ແລະ ເທັກໂນໂລຢີໃນທຸລະກິດຂອງຄົນລາວ

ເພື່ອໃຫ້ການເຮັດວຽກຂອງຄະນະບໍລິຫານຂອງສະມາຄົມມີປະສິດທິຜົນສູງ ແລະເປັນການຫລິກລ້ຽງຂໍ້ຂັດແຍງຄວາມບໍ່ເຂົ້າໃຈກັນທີ່ຈະເກີດຂຶ້ນໃນອານາຄົດ ຄະນະບໍລິຫານຂອງ LAOSME ຈື່ງໄດ້ຕົກລົງເປັນເອກະພາບຮັບເອົາຄ່ານິຍົມຂອງສະມາຄົມ (Core Value) ເປັນຫຼັກການລວມຂອງການປະຕິບັດວຽກຮ່ວມກັນຂອງຄະນະບໍລິຫານ ຄື:

  1. ຊື່ສັດ ແລະ ປະຕິບັດວຽກອອກມາຈາກໃຈຈີງ
  2. ເຄົາລົບ ແລະ ນັບຖືຊື່ງກັນ ແລະ ກັນ
  3. ຮັກສາຄວາມສາມາຄີບໍ່ມີການແບ່ງແຍກ
  4. ຍົກຍ້ອງແນວຄວາມຄິດສ້າງສັນ ແລະ ມີນະວັດຕະກໍາຂອງສະມາຊິກ
  5. ຮັກສາການເຮັດວຽກແບບມືອາຊີບຂອງສະມາຄົມ

ພ້ອມນີ້ ສະມາຄົມ LAOSME ຍັງໄດ້ກໍານົດແຜນການປະຈໍາປີ 2021 ຂອງສະມາຄົມໂດຍເນັ້ນການຂະຫຍາຍສະມາຊິກລວມການຊ່ວຍເຫຼືອບັນດາຜູ້ປະກອບກິດຈະການ MSME ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ19 ໂດຍສະເພາະແມ່ນການຊ່ວຍເຫຼືອບັນດາ ຜູ້ປະກອບການ MSME ໃຫ້ສາມາດເຂົ້າເຖີງແຫຼ່ງທຶນ ພ້ອມຍົກສູງຄວາມອາດສາມາດທາງທຸລະກິດຂອງພວກເຂົາ ໂດຍສະເພາະໃຫ້ສາມາດຈ່າຍຄືນໜີ້ເງິນກູ້ໃຫ້ແກ່ຜູ້ປ່ອຍກູ້ໄດ້.

ກິດຈະກໍາໃນແຜນປະຈຳປີ 2021 ນີ້ມີຄືດັ່ງນີ້:

  1. ສຸມໃສການຮ່ວມມືນຳສະມາຄົມການເງິນຈຸລະພາກ ແລະ ສະຖາບັນ ພັດທະນາ ຊັບພະຍາກອນມະນຸດ ລາວຢີປຸ່ນເພື່ອຊ່ວຍບັນດາສະມາຊິກ ແລະ ຜູ້ປະກອບກິດຈະການ MSME ທີ່ໄດ້ຮັບຜົນກະທົບຈາກ COVID19 ແລະ ຜົນກະທົບຈາກສະພາບເສດຖະກິດຖົດຖອຍທີ່ກໍາລັງເກີດຂຶ້ນໃນປີ 2021
  2. ຈັດລາຍການສຳພາດ “ສຸດຍຸດ LAOSME” ເພື່ອນຳສະເໜີ ຜູ້ປະກອບກິດຈະການ MSME ທີ່ໂດດເດັ່ນໃນການຜ່ານຜ່າວິກິດການທີ່ເກີດຂຶ້ນໃນປີ 2020.
  3. ຈັດງານວາງສະແດງສິນຄ້າ LAOSME ປະຈຳປີ 2021 ພ້ອມງານ ເວທີເສວະນາ LAOSME ເພື່ອແລກປ່ຽນບົດຮຽນການເຮັດທຸລະກິດໃນປີ 2020 ແລະ ແຜນການຮັບມືສະພາບເສດຖະກິດໃນປີ 2021
  4. ຈັດງານປະກວດ MSME innovation in New Normal ແລະ ມອບລາງວັນດີເດັ່ນ LAOSME ໃຫ້ແກ່ຜູ້ຊະນະການປະກວດ ແລະ ສະມາຊິກ LAOSME ທີ່ມີຜົນງານພົນເດັນໃນປີ 2021.  

ໃນງານທ່ານ ວິບູນ ສິດທິມໍລະດາ ຮອງປະທານ ສະມາຄົມສົ່ງເສີມຜູ້ປະກອບກິດຈະການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງລາວ ຍັງໄດ້ຂື້ນສະຫຼຸບ ຜົນການເຄື່ອນໄຫວຂອງສະມາຄົມ ຕະຫຼອດໄລຍະຜ່ານມາ

ທ່ານ ບຸນເຖິງ ດວງສະຫວັນ ຫົວຫນ້າກົມ ສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງ ອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ການເປີດໂຕ ສະມາຄົມສົ່ງເສີມຜູ້ປະກອບກິດຈະການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງລາວ ເປັນບາດກ້າວອັນສຳຄັນ ທີ່ສອດຄ່ອງກັບຈຸດສຸມພັດທະນາຂອງລັດທະບານ ແລະ ເປັນອີກທ່າແຮງໜຶ່ງໃນການຊຸກຍູ້ພາກທຸລະກິດລາວ ໃຫ້ສາມາດແຂ່ງຂັນ ກັບຕະຫຼາດໄດ້ ລັດຖະບານ ສປປ ລາວ ກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຄວາມສຳຄັນ ແລະ ມີນະໂຍາຍກ່ຽວກັບ ວຽກງານ SME ພວກເຮົາພ້ອມທີ່ຈະຊຸກຍູ້ໃຫ້ສະມາຄົມ SME ໄດ້ດຳເນີນງານຂອງສະມາຄົມໃຫ້ໄປໃນທິດທາງແລະຍຸດທະສາດຂອງ ສະມາຄົມຕາມທ່າງແຮງທີ່ມີ”

ພາຍໃນງານ ຍັງໄດ້ມີພິທີ ເຊັນສັນຍາບົດບັນທຶກຄວາມເຂົ້າໃຈ (MOU) ສະມາຄົມ LAOSME ແລະ 2 ພາກສ່ວນຄື: ໜຶ່ງ ສະມາຄົມການເງິນຈຸນລະພາກ ແລະ ສອງ ສະຖາບັນພັດທະນາຊັບພະຍາກອນມະນຸດລາວ ຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ.

ທ່ານ ສົມພອນ ສີແສງລັດ ປະທານສະມາຄົມ ການເງິນຈຸລະພາກ : ກ່າວວ່າ “ ສະມາຄົມການເງິນຈຸລະພາກ ມີຄວາມພາກພູມໃຈທີ່ໄດ້ມາ ເປັນຄຸ່ຮ່ວມງານກັບສະມາຄົມ LAOSME ເພື່ອເປັນສ່ວນໜຶ່ງໃນການປ່ອຍແຫຼ່ງທຶນ ໃຫ້ແກ່ພາກທຸລະກິດ SME ແລະ ໃຫ້ ເອັສເອັມອີ ເຊົ້າເຖິງແຫຼ່ງທຶນງ່າຍຂື້ນ ”

ທ່ານ ຮອງສາສະດາຈານ ປ.ອ ບຸນລ້ວນ ດ້ວງເງິນ ຜູ້ອຳນວຍການ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ໄດ້ກ່າວວ່າ: “ ຂ້າພະເຈົ້າຂໍ ສະແດງຄວາມຍິນດີ ໃນການເປີດຕົວຢ່າງເປັນທາງການຂອງສະມາຄົມ LAOSME ໃນມື້ນີ້ ທາງມະຫາວິທະຍາໄລ ແຫ່ງຊາດ ກໍຄືສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ພ້ອມທີ່ຈະໃຫ້ຄວາມຮ່ວມມື ໃນການພັດທະນາຊັບພະຍາກອນມະນຸດ ເພື່ອໃຫ້ພາກທຸລະກິດໄດ້ກ້າວໜ້າຍິ່ງໆຂື້ນ”

ພິເສດ ໃນງານຍັງໄດ້ມອບເຂັມຂັດ ແລະ ໃບກຽດຕິຄຸນ ໃຫ້ແກ່ບັນດາສະມາຊິກຜູ້ສະໜັບສະໜູນກິດຕິມະສັກ VVIP Sponsor ຂອງສະມາຄົມສົ່ງເສີມ LAOSME 5 ທ່ານຄື:

  1. ທ່ານ ເລ ກັວກ ນໍາ ຜູ້ອໍານວຍການໃຫຍ່ ທະນາຄານ ຫວຽດຕິນ ລາວ
  2. ທ່ານ Anthony CHIN (ແອນໂທນີ ຊີນ) ຜູ້ອໍານວຍການໃຫຍ່ ທະນາຄານ ມາຣຸຣັນ ເຈແປນ ລາວ
  3. ທ່ານ ທອງຄໍາ ໂພໃບເງິນ ຕາງໜ້າ ໂຮງງານອຸດສາຫະກຳໂຕໂຢລາວ
  4. ທ່່ານ ໂຊກສະຫວັນ ເພັດຣາສີ ຕາງໜ້າ ບໍລິສັດ ໂອໂຕລາວ ຈໍາກັດ ຜູ້ດຽວ
  5. ທ່ານ ອາບຣາແຮມ ໄຊຍະວົງ ຕາງໜ້າ ບໍລິສັດ ດີລີເວີຣີ ຣີໂລ (ລາວ) ຈໍາກັດຜູ້ດຽວ

LAOSME ກ້າວໄກ, ຄວາມສີວິໄລ, ໄປສູ່ລະດັບໂລກ

Photo & Content By: Exact Creative Marketing

ไม่มีหมวดหมู่

Comments are disabled.