ເປັນຫຍັງ XIAOMI ຈຶ່ງປະສົບຜົນສໍາເລັດໃນການສ້າງສິນຄ້າ ອີເລັກໂທຣນິກໃຫ້ມີຫຼາກຫຼາຍ ລາຄາສົມເຫດສົມຜົນ ແຕ່ມີຄຸນະພາບສູງ? LAOSME ຂໍແບ່ງປັນໃຫ້ຟັງ
XIAOMI ກໍຕັ້ງບໍລິສັດມາພຽງ 11 ປີ. ແຕ່ຂາຍສິນຄ້າ ອີເລັກໂທຣນິກ ຫຼາຍໆຊະນິດ ເຊັ່ນ: ໂທລະສັບມືຖື, ໂມງໃສ່ແຂນອັດສະລິຍະ, ເຄື່ອງປັບອາກາດ, ໂນດບຸກ, ລົດຖີບ, ໝໍ້ຫຸງເຂົ້າ ແລະ ອື່ນໆ. ສິນຄ້າເຫຼົ່ານີ້ຍັງມີເອກະລັກສະເພາະຕົວຮ່ວມກັນຄື: ການອອກແບບຮຽບງ່າຍ, ຄຸນະພາບດີ, ລາຄາຖືກ. ແຕ່ຮູ້ບໍ່ວ່າສິນຄ້າເຫຼົ່ານີ້ XIAOMI ບໍ່ໄດ້ເປັນຜູ້ຄິດຄົ້ນ ແລະ ຜະລິດເອງທັງໝົດ.
ແລ້ວເຄັດລັບຄວາມສໍາເລັດ ໃນການເປັນເຈົ້າຂອງສິນຄ້າ ຄອບຄອງ ຈັກກະວານຂອງ XIAOMI ຄືຫຍັງກັນແທ້? ລາວສ້າງຝັນຂໍແບ່ງປັນໃຫ້ຟັງ.
ສິນຄ້າພາຍໃຕ້ແບຣນ XIAOMI ແບ່ງອອກເປັນ 2 ປະເພດ:
- ສິນຄ້າທີ່ XIAOMI ເປັນຄົນຜະລິດເອງ ເຊັ່ນ: ໂທລະສັບມືຖື, ໂນດບຸກ.
- ສິນຄ້າທີ່ XIAOMI ບໍ່ໄດ້ຜະລິດເອງ ແຕ່ມີຄົນອື່ນຜະລິດໃຫ້ເຊັ່ນ: ເຄື່ອງປັບອາກາດ, ລົດຖີບ, ໝໍ້ຫຸງເຂົ້າ.
ສິນຄ້າທີ່ບໍ່ໄດ້ຜະລິດເອງ ຄົນອື່ນຜະລິດໃຫ້ນີ້ ເປັນກຸ່ມບໍລິສັດ ອີເລັກໂທຣນິກ ທີ່ XIAOMI ໄປຮ່ວມລົງທຶນນໍາ ຫຼື ເອີ້ນອີກຢ່າງໜຶ່ງກໍຄື ຄູຮ່ວມທາງທຸລະກິດເຊິ່ງເປັນກຸ່ມບໍລິສັດ ຢູ່ໃນລະບົບນິເວດຂອງ XIAOMI.
XIAOMI ໄດ້ເຂົ້າໄປຮ່ວມລົງທຶນກັບບໍລິສັດນະວັດຕະກໍາຕ່າງໆຕັ້ງແຕ່ຍັງເປັນ ສະຕາກອັບ ເພື່ອໃຫ້ເງິນລົງທຶນກັບບໍລິສັດເຫຼົ່ານີ້ ໄປຄົນຄ້ວາວິໄຈ ແລະ ພັດທະນານະວັດຕະກໍາ.
ເງື່ອນໄຂກໍຄື ສິນຄ້າທີ່ຢາກເຂົ້າຮ່ວມເປັນໜຶ່ງໃນແບຣນຂອງ XIAOMI ຈະຕ້ອງຜ່ານມາດຕະຖານຂອງ XIAOMI MODEL ທາງດ້ານການອອກແບບ, ຄຸນະພາບ ແລະ ຮັບຮອງການເຊື່ອມໂຍງກັບ APPLICATION ຂອງ XIAOMI.
ຫຼັງຈາກນັ້ນ XIAOMI ຈະເບິ່ງແຍງເລື່ອງຂົນສົ່ງສິນຄ້າທັງໝົດ ຕັ້ງແຕ່ໜ້າຮ້ານທີ່ Mi Store. Platform ອີເລັກໂທຣນິກ E-Commerce XIAOMI YOUPIN ລວມໄປເຖິງການບໍລິການຫຼັງການຂາຍ.
ເຮົາມາເບິ່ງຕົວຢ່າງບໍລິສັດທີ່ XIAOMI ເຂົ້າໄປລົງທຶນບໍລິສັດຕ່າງໆ:
- HUAMI ຜູ້ຜະລິດໂມງຮັດແຂນ ອັດສະລີິຍະ XIAOMI ເຂົ້າໄປລົງທຶນ ຖືຫຸ້ນ 40%
- YUNMI ຜູ້ຜະລິດເຄື່ອງໃຊ້ໄຟຟ້າ XIAOMI ເຂົ້າໄປລົງທຶນ 40%
- ROBOROCK ຜູ້ຜະລິດຫຸ່ນຍົນທໍາຄວາມສະອາດ XIAOMI ເຂົ້າໄປລົງທຶນ 32%
ສິ່ງເຫຼົ່ານີ້ ສະທ້ອນໃຫ້ເຫັນໄດ້ວ່າ XIAOMI ມີກົນລະຍຸດຄືເຂົ້າໄປເປັນສ່ວນໜຶ່ງຂອງບໍລິສັດນັ້ນໆ ຫຼາຍກ່ວາການຮັບຈ້າງຜະລິດ (OEM)
ຂໍ້ດີໃນການເຮັດແບບນີ້ກໍຄື ບໍລິສັດສາມາດພັດທະນາຮ່ວມກັນ ແລະ ແລກປ່ຽນຂໍ້ມູນທາງນະວັດຕະກໍາຮ່ວມກັນໄດ້ຕະຫຼອດເວລາ.
ບໍພຽງແຕ່ເທົ່ານັ້ນ ການທີ່ XIAOMI ເຂົ້າໄປຮ່ວມລົງທຶນຕັ້ງແຕ່ບໍລິສັດຍັງເປັນສະຕາກອັບ, ຖ້າຫາກບໍລິສັດນັ້ນເຕີບໃຫຍ່ ແລະ ສາມາດຈົດທະບຽນເຂົ້າຕະຫຼາດຫຼັກຊັບໄດ້ ກໍຈະເຮັດໃຫ້ມູນຄ່າ ຊັບສິນຂອງ XIAOMI ເພີ່ມສູງຂຶ້ນອີກດ້ວຍ.
ປະຈຸບັນ XIAOMI ໄດ້ຮ່ວມລົງທຶນກັບບໍລິສັດສະຕາກອັບຫຼາຍກ່ວາ 100 ບໍລິສັດແລ້ວ.
ສະຫຼຸບກໍຄື: ຄວາມສໍາເລັດຂອງ XIAOMI ໃນການຜະລິດສິນຄ້າໃຫ້ຫຼາກຫຼາຍ ລາຄາສົມເຫດສົມຜົນ ແຕ່ມີຄຸນະພາບສູງ ກໍຄືບໍລິສັດບໍ່ໄດ້ຜະລິດສິນຄ້າເອງທັງໝົດ ແຕ່ເປັນ Partner ຄູ່ຮ່ວມທຸລະກິດຂອງ XIAOMI ຜະລິດໃຫ້. ອາດຈະເວົ້າໄດ້ວ່າ ນະວັດຕະກໍາທັງໝົດຂອງ XIAOMI ກໍຄື Business Model ຮູບແບບການດໍາເນີນທຸລະກິດຂອງ XIAOMI ນັ້ນເອງ.