Welcome Food Panda as our new Strategic Partner!

Welcome FoodPanda as our new Strategic Partner!

ພວກເຮົາ ຄະນະບໍລິຫານ ແລະ ສະມາຊິກ ສະມາຄົມສົ່ງເສີມຜູ້ປະກອບກິດຈະການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງລາວ (LAOSME) ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງມາຍັງ ບໍລິສັດ Delivery Hero Lao (FoodPanda) ທີ່ໄດ້ໃຫ້ການສະໜັບສະໜູນເປັນ ຜູ້ອຸປະຖໍາຫຼັກ (VVIP Sponsorship) ໃຫ້ແກ່ສະມາຄົມພວກເຮົາຕັ້ງແຕ່ ປີ 2021 ເປັນຕົ້ນມາ.

ບໍລິສັດ Delivery Hero Lao Foodpanda ສ້າງຕັ້ງຂຶ້ນໃນປີ 2012 ທີ່ປະເທດສິງກະໂປໃຫ້ບໍລິການກ່ຽວກັບລະບົບສັ່ງ ແລະ ຈັດສົ່ງອາຫານ ໂດຍການນຳໃຊ້ platform ICT ທີ່ທັນສະໄໝ, ສາມາດສັ່ງຜ່ານແວັບໄຊ ແລະ ສັ່ງຜ່ານແອັບ ເພື່ອຈັດສົ່ງອາຫານໃຫ້ມີປະສິດ ທິພາບທາງດ້ານລາຄາ ແລະ ຄວາມວ່ອງໄວ.

ໃນປີ 2017, foodpanda ໄດ້ເປີດໃຫ້ບໍລິການ 8 ປະ ເທດໃນພາກພື້ນອາຊີປາຊີຟິກ ແລະ ໃນປີດຽວກັນກຸ່ມບໍລິ ສັດ Delivery Hero ຈາກເຢຍລະມັນໄດ້ເຂົ້າຊື້ກິດຈະ ການທັງໝົດຈາກນັ້ນ foodpanda ກໍ່ໄດ້ກາຍເປັນບໍລິສັດມະຫາຊົນ ແລະ ສືບຕໍ່ຂະຫລາຍຕົວຕະຫລອດມາໃນອາຊີ.ໃນທ້າຍປີ 2019, foodpanda ໄດ້ຂະຫຍາຍຕະຫລາດເພີ່ມອີກ 3 ປະເທດຄື: ລາວ, ກຳປູເຈຍ ແລະ ມຽນມ້າ.ປະຈຸບັນຂອບເຂດການບໍລິການຂອງ Foodpanda ຢູ່ສ.ປ.ປ ລາວມີຢູ່ 13 ແຂວງດັ່ງລຸ່ມນີ້:1. ນະຄອນຫຼວງວຽງຈັນ2. ຈຳປາສັກ3. ສະຫວັນນະເຂດ4. ຫຼວງພະບາງ5. ຄຳມ່ວນ6. ບໍລິຄຳໄຊ7. ສາລະວັນ8. ເຊກອງ9. ອັດຕະປື10. ແຂວງວຽງຈັນ11. ໄຊຍະບູລີ12. ຊຽງຂວາງ 13. ອຸດົມໄຊ

ເມື່ອເອີ່ຍເຖິງກົນໄກການບໍລິການໂດຍການແມ່ນລະບົບການສົ່ງອາຫານ (Delivery System) ຂອງ FoodPanda ແມ່ນສະດວກສະບາຍ, ວ່ອງໄວ ແລະ ມີລະບົບ App ທີ່ທັນສະໄໝ. ເຊິ່ງລະບົບການໃຫ້ບໍລິການມີຂັ້ນຕອນລາຍລະອຽດດັ່ງລຸ່ມນີ້:1. ສັ່ງ ອາຫານຜ່ານແອັບ Foodpanda2. ອໍເດີ້ຈັດສົ່ງໃຫ້ໄຣເດີ້ເພື່ອຈັດສົ່ງໂດຍອັດຕາໂນມັດ3. ລໍຖ້າຈັດສົ່ງ4. ຮ້ານເປີດ, ແຈ້ງເຕືອນອໍເດີ້ໃຫ້ຮ້ານຄ້າໂດຍອັດຕາໂນມັດ. ຮ້ານຄ້າຕອບຮັບອໍເດີ້5. ຮ້ານຄ້າກະກຽມ ອໍເດີ້, ແຈ້ງເຕືອນລູກຄ້າໂດຍອັດຕາໂນມັດ6. ໄຣເດີ້ໄປຮັບເອົາອໍເດີ້ຈາກຮ້ານຄ້າ7. ໄຣເດີ້ ໄດ້ໄປຮອດທີ່ຢູ່ຂອງລູກຄ້າ8. ອໍເດີ້ໄດ້ຖືກສົ່ງໃຫ້ລູກຄ້າ ສຳເລັດ

ພ້ອມດຽວກັນນີ້ລະບົບການຮັບອາຫານ ແລະ ສິນຄ້າອື່ນໆ (Pick Up System) ຂອງ FoodPanda ກໍມີຄວາມເຂົ້າໃຈງ່າຍ, ເຮັດໃຫ້ຜູ້ນໍາໃຊ້ໃໝ່ກໍສາມາດສັ່ງຊື້ຜ່ານທາງ App ໄດ້ໂດຍງ່າຍ. ເຊິ່ງມີຂະບວນການສັ່ງອາຫານດັ່ງລຸ່ມນີ້:1. ສັ່ງ ອາຫານຜ່ານແອັບ Foodpanda2. ຮ້ານເປີດ, ແຈ້ງເຕືອນລູກຄ້າໂດຍອັດຕາໂນມັດ, ຮ້ານຄ້າໄດ້ຮັບອໍເດີ້, ລໍຖ້າການຢືນຢັນ3. ອໍເດີ້ຖືກຕອບຮັບ, ແຈ້ງເຕືອນລູກຄ້າໂດຍອັດຕາໂນມັດ4. ກະກຽມ ອໍເດີ້5. ລູກຄ້າມາຮັບເອົາອໍເດີ້

ພວກເຮົາສະມາຊິກ LAOSME ຄິດວ່າທຸກໆເຄີຍໃຊ້ບໍລິການຂອງ FoodPanda ແລະ ຕອບຮັບເປັນສຽງດຽວວ່າ: ມີຄວາມສະດວກສະບາຍ, ວ່ອງໄວທັນໃຈ, ທັນສະໄໝ ແລະ ສາມາດຕອບໂຈດຂອງຄົນທີ່ບໍ່ຢາກອອກໄປຊື້ທາງນອກໄດ້ຢ່າງມີປະສິດທິຜົນ.

ສຸດທ້າຍນີ້ ພວກເຮົາ ຄະນະບໍລິຫານ ແລະ ສະມາຊິກ ສະມາຄົມສົ່ງເສີມຜູ້ປະກອບກິດຈະການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງລາວ (LAOSME) ຮູ້ສຶກຍິນດີ ແລະ ເປັນກຽດ ທີ່ ບໍລິສັດ Delivery Hero Lao (FoodPanda) ໃຫ້ການສະຫນັບສະຫນູນ ແລະ ຕັດສິນໃຈເປັນຄູ່ຮ່ວມຍຸດທະສາດໃຫມ່ ຂອງສະມາຄົມ. ພວກເຮົາຂໍອວຍພອນໄຊອັນປະເສີດ ມາຍັງ ຄະນະປະທານ ຜູ້ບລິຫານ ແລະ ພະນັກງານ ທຸກທ່ານ ຂອງບໍລິສັດ Delivery Hero Lao (FoodPanda) ຈົ່ງປະສົບຜົນສໍາເລັດ, ພົບພໍ້ແຕ່ສິ່ງດີໆ, ບັນລຸ ທຸກເປົ້າຫມາຍ ທີ່ວາງໃວ້ ແລະ ເປັນອົງກອນທີ່ກ້າວໜ້າ ທຸກໆຄົນຮັກແພງສາມັກຄີກັນເປັນໜຶ່ງດຽວ ແລະ ສ້າງຄຸນຄ່າອັນໃຫຍ່ຫຼວງໃຫ້ແກ່ສັງຄົມລາວຢ່າງສະຫງ່າງາມ.