ພິທີເຊັນບົດບັນທຶກຄວາມເຂົ້າໃຈ(MOU) ລະຫວ່າງ ສະມາຄົມ ສົ່ງເສີມຜູ້ປະກອບກິດຈະການ ວິສະຫະກິດຂະໜາດນ້ອຍ ແລະ ກາງລາວ (LAOSME) ແລະ ທະນາຄານ ຫວຽດຕິນ ລາວ (VietinBank)


ເພື່ອເສີມຂະຫຍາຍການຮ່ວມມືລະຫວ່າງສອງອົງກອນໃນການຊ່ວຍພັດທະນາເສດຖະກິດຂອງ ສປປລາວ ກໍ່ຄືການຊ່ວຍເຫຼືອບັນດາສະມາຊິກຂອງສະມາຄົມໃຫ້ສາມາດເຂົ້າເຖີງແຫຼ່ງທຶນ ແລະ ການບໍລິການຂອງທະນາຄານ ຫວຽດຕີນ ລາວ ໄດ້ດີຂຶ້ນ ໂດຍສະເພາະໃນສະພາບຄວາມຫຍຸ້ງຍາກຂອງການແພ່ລະບາດຂອງເຊື້ອພະຍາດຈຸລະໂລກໂຄວິດ 19 ແລະ ໃນຍຸກສະໄໝທີ່ຕ້ອງຫັນໄປສູ່ເສດຖະກິດດີຈີຕອນ.

ໃນວັນສຸກ ທີ 04 ທັນວາ 2020 ໄດ້ມີການຈັດງານພິທີເຊັນບົດບັນທຶກຄວາມເຂົ້າໃຈ(MOU) ລະຫວ່າງ ສະມາຄົມ ສົ່ງເສີມ ຜູ້ປະກອບກິດຈະການ ວິສາຫະກິດຂະໜາດນ້ອຍ ແລະ ກາງລາວ ແລະ ທະນາຄານ ຫວຽດຕິນ ລາວ ຢູ່ທີສຳນັກງານໃຫຍ່ ທະນາຄານ ຫວຽດຕິນ ລາວ, ຖະໜົນ ລ້ານຊ້າງ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມພິທີເຊັນບົດບັນທຶກໂດຍ ທ່ານ ລິດທິໄກ ພູມມະສັກ, ປະທານ ສະມາຄົມ LAOSME ແລະ ທ່ານ ເລ ກວັກ ນາມ ຜູ້ອໍານວຍການໃຫຍ່ ທະນາຄານ ຫວຽດຕີນ ພ້ອມຄະນະ, ສະມາຊິກ ແລະ ພະນັກງານຂອງທັງສອງຝ່າຍ.

ການຮ່ວມມືໃນຄັງນີ້ແມ່ນເນັ້ນການນໍາໃຊ້ທ່າແຮງທີ່ບົກຊ້ອນຂອງທັງສອງອົງກອນໃນການຊ່ວຍເຫຼືອບັນດາ ຜູ້ປະກອບກິດຈະການ ຈູນລະວິສະຫະກິດ, ວິສະຫະກິດຂະໜາດນ້ອຍ ແລະ ກາງ ຫຼືເອີ່ນວ່າ MSME ໃນສປປລາວ ໃຫ້ມີຄວາມອາດສາມາດເຂົ້າສູ່ແຫຼ່ງທຶນໄດ້ສູງຂຶ້ນ ໂດຍສະເພາະໃນສະພາບການທີ່ເສດຖະກິດຂອງປະເທດລາວ ກໍ່ຄືເສດຖະກິດໂລກທີ່ໄດ້ຮັບຜົນກະທົບຈາກການແພ່ລະບາດຂອງເຊື້ອພະຍາດຈຸລະໂລກໂຄວິດ 19 ແລະ ໃນໄລຍະທີ່ບັນດາ MSME ມີຄວາມຈຳເປັນຕ້ອງໄດ້ຫັນໄປສູ່ດີຈີຕອນ ນີ້ກໍ່ແມ່ນເພື່ອໃຫ້ສາມາດຂະຫຍາຍທຸລະກິດ ແລະ ເພີ່ມການບໍລິການໃຫ້ໄດ້ກ້ວາງໄກ, ເຊືອມໂຍງນໍາປະຊາຄົມອາຊ້ຽນ ແລະ ສາກົນໄດ້.

ໃນໂອກາດນີ້ ສະມາຄົມ LAOSME ກໍ່ໄດ້ຮັບເອົາ ທະນາຄານ VietinBank ເປັນສະມາຊິກ ແລະ ຜູ້ສະໜັບສະໜູນກິດຕິມະສັກໃນຂະແໜງທະນາຄານອົງກອນທຳອິດຂອງສະມາຄົມ ພາຍຫຼັງທີ່ສະມາຄົມໄດ້ສ້າງຕັ້ງແຕ່ວັນທີ 1 ເດືອນ ສີງຫາ 2020, ສະມາຄົມ LAOSME ໄດ້ກ່າວຍົກຍ້ອງພິເສດການປະກອບສວນຂອງທະນາຄານ VietinBank ໃນການພັດທະນາເສດຖະກິດ ແລະ ສັງຄົມຂອງ ສປປລາວ ທີ່ຜ່ານມາ ແລະ ຄວາມຕັ້ງໃຈໃນການຊ່ວຍເຫຼືອ ບັນດາທຸລະກິດ MSME ໃນອານາຄົດອັນໃກ້ນີ້.

ວາລະກອງປະຊຸມ

new hastag

Comments are disabled.