ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສະມາຄົມ ສົ່ງເສີມຜູ້ປະກອບກິດຈະການ ວິສະຫະກິດຂະໜາດນ້ອຍ ແລະ ກາງລາວ (LAOSME) ແລະ ທະນາຄານ ມາຣຸຮັນ ຍີ່ປຸ່ນ ແຫ່ງ ສ.ປ.ປ ລາວ (Maruhan Japan Bank Lao) ໃນວັນທີ 09/12/2020 (ວັນສຸກ) ໄດ້ຈົບລົງຢ່າງສະຫງ່າງາມ.
ຈຸດປະສົງຫຼັກເພື່ອ 3 ນະໂຍບາຍດັ່ງລຸ່ມນີ້:
1.) ເພື່ອເປັນຄູ່ຮ່ວມຍຸດທະສາດໃນການພັດທະນາວິສະຫະກິດຂະໜາດນ້ອຍ ແລະ ກາງຢູ່ ສ.ປ.ປ ລາວໃຫ້ ສາມາດເຮັດທຸລະກິດໄດ້ຢ່າງເຕີບໃຫຍ່ ແລະ ຢັ້ງຢືນ.
2.) ທະນາຄານ ມາຣຸຮັນ ຍີ່ປຸ່ນ ແຫ່ງ ສ.ປ.ປ ລາວ (Maruhan Japan Bank Lao) ຍິນດີທີ່ຈະສົ່ງເສີມໃຫ້ຜູ້ປະກອບການທີ່ເປັນສະມາຊິກໃນສະມາຄົມ ສົ່ງເສີມຜູ້ປະກອບກິດຈະການ ວິສະຫະກິດຂະໜາດນ້ອຍ ແລະ ກາງລາວ (LAOSME)ເຂົ້າຫາແຫຼ່ງທຶນໄດ້ສະດວກສະບາຍຂຶ້ນ.
3.) ທະນາຄານ ມາຣຸຮັນ ຍີ່ປຸ່ນ ແຫ່ງ ສ.ປ.ປ ລາວ (Maruhan Japan Bank Lao) ຈະເປັນຜູ້ສະໜັບສະໜູນຫຼັກ (Main Sponsor VVIP) ໃຫ້ແກ່ ສະມາຄົມ ສົ່ງເສີມຜູ້ປະກອບກິດຈະການ ວິສະຫະກິດຂະໜາດນ້ອຍ ແລະ ກາງລາວ (LAOSME) ໃນປີ 2021.











